🎊ໂອກາດຂອງທ່ານມາຮອດແລ້ວ🎊
📢 ປະກາດຮັບສະໝັກເພື່ອນຮ່ວມງານ ປະຈຳສຳນັກງານໃຫຍ່ 📢
ທະນາຄານ ພັດທະນາລາວ ມີຄວາມຕ້ອງການຮັບສະໝັກເພື່ອນຮ່ວມງານ ຝ່າຍບຸກຄະລາກອນ ປະຈຳສຳນັກງານໃຫຍ່
📍ຝ່າຍບໍລິການ - ພະນັກງານບໍລິການ Teller ຈຳນວນ 02 ຕຳແໜ່ງ - ພະນັກງານ ພັດທະນາບໍລິການ ຈຳນວນ 01 ຕຳແໜ່ງ
✅ສໍາລັບມາດຖານ ແລະ ເງື່ອນໄຂ ໃນຕໍາແໜ່ງງານ ທີ່ຕ້ອງການຮັບໃນຄັ້ງນີ້ ແມ່ນສາມາດເຂົ້າໄປເບິ່ງລາຍລະອຽດໄດ້ທີ່: https://www.ldblao.la/job_vacancy
✅ ທ່ານສາມາດສະໝັກງານ ນຳ ທະນາຄານ ພັດທະນາລາວ ຈຳກັດ ໄດ້ທີ່ລີ້ງຂ້າງລຸ່ມນີ້: https://www.ldblao.la/LDB-RECRUITMENT-PROD/job_application ສຳລັບການສະໝັກງານ ແມ່ນໃຫ້ປະກອບ: ແບບຟອມສະໝັກຂອງ LDB, ອັດວິດີໂອ ແນະນຳຕົນເອງ ແລະ ປະກອບ ເອກະສານອື່ນໆ ໃຫ້ຄົບຖ້ວນແລ້ວ ເຂົ້າໃນລີ້ງດັ່ງກ່າວ.
✅ ສຳລັບເອກະສານປະກອບອື່ນໆ ເປັນຕົ້ນແມ່ນ: ໃບແຈ້ງໂທດ, ໃບຢັ້ງຢືນຄ້ຳປະກັນ, ໃບກວດສຸຂະພາບ ແລະ ໃບຢັ້ງຢືນທີ່ຢູ່ ແມ່ນປະກອບພາຍຫຼັງທີ່ໄດ້ຮັບ ການຄັດເລືອກເຂົ້າເປັນພະນັກງານ ທພລ.
📌ກຳນົດເວລາໃນການປິດຮັບສະໝັກງານ: ວັນທີ 25 ກັນຍາ 2024