ຮັບສະໝັກເພື່ອນຮ່ວມງານ ຕໍາແໜ່ງ ອອກແບບ, ຕັດຕໍ່ວີດີໂອ ແລະ ປະຊາສໍາພັນ

🎊ໂອກາດຂອງທ່ານມາຮອດແລ້ວ🎊

📢ປະກາດຮັບສະໝັກເພື່ອນຮ່ວມງານ📢

 

ທະນາຄານ ພັດທະນາລາວ ມີຄວາມຕ້ອງການຮັບສະໝັກເພື່ອນຮ່ວມງານ

📍ປະຈຳ ຝ່າຍບໍລິຫານ ແລະ ການຕະຫຼາດ ທພລ ສໍານັກງານໃຫຍ່ ດັ່ງນີ້:

1. ວິຊາການ ອອກແບບ (Graphic Designer) ຈໍານວນ 01 ຕໍາແໜ່ງ

2. ວິຊາການ ຕັດຕໍ່ວີດີໂອ (VDO Editor) ຈໍານວນ 01 ຕໍາແໜ່ງ

3. ວິຊາການ ປະຊາສຳພັນ ຈໍານວນ 01 ຕໍາແໜ່ງ

 

✅ຜູ້ສະໝັກຕ້ອງປະກອບແບບຟອມສະໝັກງານ ທພລ, CV ແລະ VDO ແນະນຳຕົນເອງ ເພື່ອພິຈາລະນາເຂົ້າສູ່ ຂະບວນການຮັບພະນັກງານໃໝ່ ຂອງ ທພລ ແລ້ວນໍາສົ່ງເປັນ PDF File ມາທີ່ Email: hr@ldblao.la ຫຼື ນຳສົ່ງ ຝ່າຍບຸກຄະລາກອນ ທພລ ສຳນັກງານໃຫຍ່ ຊັ້ນ III.

 

✅ສໍາລັບເອກະສານປະກອບອື່ນໆ ເປັນຕົ້ນແມ່ນ: ໃບແຈ້ງໂທດ, ໃບຢັ້ງຢືນຄໍ້າປະກັນ, ໃບກວດສຸຂະພາບ ແລະ ໃບຢັ້ງຢືນທີ່ຢູ່ ແມ່ນປະກອບພາຍຫຼັງທີ່ໄດ້ຮັບ ການຄັດເລືອກເຂົ້າເປັນພະນັກງານ ທພລ.

 

📌ກຳນົດເວລາໃນການປິດຮັບສະໝັກງານ: ວັນທີ 12 ມິຖຸນາ 2024

 

- ທ່ານສາມາດດາວໂຫຼດ ແບບຟອມສະໝັກງານ ໄດ້ທີ່:

https://www.ldblao.la/LDBs_Registration_Form.pdf